ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

55 ປີແຫ່ງການເຕີບໃຫຍ່ ແລະ ມີບາດກ້າວພັດທະນາຢ່າງຕໍ່ເນື່ອງຂອງກອງສິລະປະກອນກອງທັບ


     ວັນທີ 26 ມັງກອນ 2024, ກອງສິລະປະກອນກອງທັບ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງສິລະປະກອນກອງທັບ ຄົບ
ຮອບ 55 ປີ (20 ມັງກອນ 1969-20 ມັງກອນ 2024), ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການ
ຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຄະນະພັກ-ຄະນະບັນຊາ 4 ກົມໃຫຍ່,
ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ກອງ, ຫ້ອງການ ຕະຫຼອດຮອດພະນັກງານປະຕິວັດອາວຸໂສ, ບຳນານ ແລະ ພະນັກງານ-ນັກ
ຮົບ ທົ່ວກອງສິລະປະກອນກອງທັບເຂົ້າຮ່ວມ.

     ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຫົວໜ້າການເມືອງກອງສິລະປະກອນກອງທັບ ໄດ້ຫວນຄືນບັນດາມູນເຊື້ອ ແລະ ປະຫວັດ
ຄວາມເປັນມາ ການກຳເນີດເຕີບໃຫຍ່, ຂະຫຍາຍຕົວຂອງກອງສິລະປະກອນກອງທັບປະຊາຊົນລາວ ໂດຍບາງຕອນໃຫ້ຮູ້ວ່າ: ກອງສິລະ
ປະກອນ ກອງທັບປະຊາຊົນລາວໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນທ່າມກາງແປວໄຟສົງຄາມຕໍ່ສູ້ປົດປ່ອຍຊາດອັນດຸເດືອດ,
ຂ້ຽວຂາດ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງສິລະປະກອນກອງທັບໄດ້ສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກ
ສາ ແລະ ສ້າງສາພັດທະນາປະເທດຊາດ ຄຽງຄູ່ກັບເຫຼົ່າຮົບອື່ນໆ. ຕະຫຼອດໄລຍະເວລາ 55 ປີ ຜ່ານມາ, ພາຍໃຕ້ການນຳພາຂອງພັກ
ກອງສິລະປະກອນກອງ ທັບປະຊາຊົນລາວໄດ້ມີຜົນງານຢ່າງຫຼວງຫຼາຍປະກອບສ່ວນເຂົ້າໃນການປັບປຸງ-ກໍ່ສ້າງກອງທັບ ເວົ້າລວມ, ເວົ້າ
ສະເພາະແມ່ນວຽກງານແນວຄິດ-ວັດທະນະທຳ ກໍຄືວຽກງານສິລະປະການສະແດງຂອງກອງທັບປະຊາຊົນລາວຢ່າງຕັ້ງໜ້າ, ຜົນງານອັນ
ຫຼວງຫຼາຍຂອງກົມກອງຕະຫຼອດໄລຍະຜ່ານມາ ໄດ້ກາຍເປັນບົດຮຽນອັນລ້ຳຄ່າໝູນໃຊ້ເຂົ້າໃນຊີວິດຕົວຈິງ ເພື່ອແນໃສ່ປັບປຸງກໍ່ສ້າງກອງ
ສິລະປະກອນກອງທັບໃຫ້ກ້າວຂຶ້ນຢ່າງໜັກແໜ້ນ. ຫຼັງຈາກນັ້ນ, ສະຫາຍ ພັນເອກ ຈັນທອນ ພັນທອງສອນ ຮອງຫົວໜ້າກົມນະໂຍບາຍ
ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້
ກອງສິລະປະກອນກອງທັບ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ 7 ພະແນກ ຢ່າງສົມກຽດ.

     ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ກອງສິລະປະກອນກອງທັບ
ສ້າງໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທີ່ເຮັດວຽກງານໂຄສະນາແນວຄິດ ແລະ ວັດ
ທະນະທຳໃນກອງທັບຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນການເຄື່ອນໄຫວນຳພາ-ຊີ້ນຳຈັດຕັ້ງປະຕິບັດ
ໜ້າທີ່ວິຊາສະເພາະຂອງກົມກອງໃຫ້ໝາກຜົນອັນຈົບງາມ, ສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຖັນແຖວພະນັກ
ງານ-ວິຊາການ ມີຈັນຍາບັນ ຈັນຍາທຳ, ຄຸນສົມບັດສິນທຳປະຕິວັດ ແລະ ຄຸນທາດການເມືອງໜັກແໜ້ນ, ຍົກສູງຄວາມຮູ້, ຄວາມສາມາດ
ທາງດ້ານວິທະຍາສາດ ແລະ ເຕັກນິກໂນໂລຊີເພື່ອຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ການເມືອງຂອງກົມກອງໃຫ້ມີຜົນ
ສຳເລັດອັນໃໝ່ ກາຍເປັນກະບອກສຽງອັນແຫຼມຄົມຂອງພັກ ໃນການນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ,
ກົດລະບຽບຂອງກອງທັບລົງສູ່ກົມກອງຮາກຖານ ແລະ ສັງຄົມໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ.

ແຫຼ່ງຂ່າວໂດຍ ວິໄລພອນ
ວັນທີ 30/01/2024